ບໍລິການແປທົ່ວໂລກພວກເຮົານຳສະເໜີການບໍລິການແປທົ່ວໂລກທີ່ຫຼາຍກວ່າ 196 ພາສາດ້ວຍຄຸນນະພາບສູງສຸດໂດຍການໃຊ້ຄວາມຊຳນານເຕັມຮູບແບບ.
|
ເຈົ້າຂອງພາສາທີ່ມີປະສົບການພວກເຮົາເຊື່ອໃນປະສົບການທີ່ໜາແໜ້ນຂອງເຈົ້າຂອງພາສາທີ່ສາມາດແປເນື້ອຫາເປັນຫຼາຍພາສາໄດ້ຢ່າງຖືກຕ້ອງ
|
ສາມາດເຂົ້າເຖິງໄດ້ງ່າຍພວກເຮົາສາມາດເຂົ້າເຖິງໄດ້ງ່າຍແລະລູກຄ້າສາມາດເຂົ້າເຖິງເຮົາໄດ້ໃນການໄດ້ຮັບການບໍລິການທາງດ້ານການແປ, ການແກ້ໄຂ ແລະການພິສູດອັກສອນ
|
ບໍລິການຂອງພວກເຮົາ
ການແປ
ພວກເຮົານຳສະເໜີບໍລິການການແປທີ່ຄຸນນະພາບສູງແລະເປັນມືອາຊີບຫຼາຍກວ່າ 196 ພາສາ ໂດຍໃຊ້ຄວາມຊ່ຽວຊານຂອງພວກເຮົາ
|
Localization
ພວກເຮົາໃຫ້ບໍລິການ localization ໂດຍການແປງເອກະສານ, ຊອຟແວຣ໌, ມັລຕິມີເດຍ ແລະເວັບໄຊທ໌ ໃຫ້ຖືກຕ້ອງຕາມທ້ອງຖິ່ນແລະພາສາສະເພາະ
|
ການແປທາງວິຊາການ
ພວກເຮົາບໍລິການແປທາງດ້ານວິຊາການບໍ່ວ່າຈະເປັນຮູບແຕ້ມທາງວິຊາການຫຼືເອກະສານທາງວິສະວະກຳ
|
ການແປເວັບໄຊທ໌
ພວກເຮົາແປເວັບໄຊທ໌ທີ່ໄດ້ຮັບຄະແນນສູງຕາມຄວາມຕ້ອງການຂອງລູກຄ້າເພື່ອສົ່ງຂໍ້ຄວາມທີ່ຖືກຕ້ອງໃນພາສາທີ່ເໝາະສົມ
|
ການແປທາງການເງິນ
ພວກເຮົາແປເອກະສານທາງການເງິນເປັນພາສາຕ່າງໆຕາມລູກຄ້າຜູ້ສຳຄັນຕ້ອງການເພື່ອທີ່ຈະຊ່ວຍແກ້ໄຂບັນຫາທາງການເງິນຂອງພວກເຂົາໄດ້ຫຼາຍຂຶ້ນ
|
ການແປທາງການແພດ
ພວກເຮົາແປເອກະສານທາງການແພດໂດຍລວມມີໃບສັ່ງຢາ, ໃບໂຄສະນາທາງການແພດ ແລະໃຫ້ຄຳແນະນຳເພື່ອຊ່ວຍເຫຼືອລູກຄ້າຂອງພວກເຮົາ
|
NAATI
NAATI ແມ່ນຫຍັງ? ໃບຮັບຮອງ NAATI (National Accreditation Authority for Translators and Interpreters Ltd.) ແມ່ນຮູບແບບການຮັບຮອງເອກະສານທີ່ເປັນທີ່ນິຍົມໃນການແປແລະຮັບຮອງໃຫ້ສາມາດໃຊ້ໃນປະເທດອົດສຕາລີ
|
Justice of the peace (JP)
ບົດບາດຂອງ JP ແມ່ນເຮັດໜ້າທີ່ເປັນພະຍານອິດສະຫຼະໃນເອກະສານຂອງຜູ້ທີ່ມີວັດຖຸປະສົງໃນການນຳໃຊ້ທີ່ເປັນທາງການຫຼືທາງກົດໝາຍ.
|
Notary Public
ຜູ້ຮັບຮອງເອກະສານ : ຜູ້ຮັບຮອງເອກະສານຂອງກົດໝາຍສາມັນແມ່ນເຈົ້າໜ້າທີ່ຂອງລັດທີ່ບັນຍັດຂຶ້ນໂດຍກົດໝາຍເພື່ອໃຫ້ບໍລິການປະຊາຊົນໃນຫົວຂໍ້ທີ່ບໍ່ມີຂໍ້ພິພາກ ສ່ວນຫຼາຍກ່ຽວກັບອະສັງຫາລິມະສັບ, ໜັງສືທີ່ດິນ, ໜັງສືມອບອຳນາດ ແລະທຸລະກິດພາຍໃນແລະສາກົນ.
|
ເປັນຫຍັງຈິ່ງເລືອກພວກເຮົາ
iTS (ໄອ ທຣານສເລຊັ່ນ ເຊີວິສ) ເປັນບໍລິສັດແປພາສາໃຫ້ບໍລິການແບບຄົບວົງຈອນທີ່ດີທີ່ສຸດ. ເປັນທີມເຈົ້າຂອງພາສາທີ່ຕັ້ງໃຈໃຫ້ບໍລິການທາງດ້ານກົດໝາຍ, ການແພດ, ວິສະວະກຳ ແລະທຸລະກິດອຸດສາຫະກຳເພື່ອການບໍລິການທີ່ຫຼາກຫຼາຍ. ພວກເຮົາທີ່ ບໍລິການແປອອນໄລນ໌ NYC ໄດ້ຮັບການສະໜັບສະໜຸນຈາກເຈົ້າຂອງພາສາທີ່ມີປະສົບການທີ່ບໍ່ພຽງແຕ່ແປເນື້ອຫາເທົ່ານັ້ນ ແຕ່ຍັງຮັບປະກັນວ່າຂໍ້ຄວາມຂອງທ່ານສື່ສານຖືກຕ້ອງເມື່ອປ່ຽນເປັນພາສາໃໝ່. ມີຄວາມໜ້າເຊື່ອຖືໄດ້ສູງແລະສາມາດເຂົ້າເຖິງໄດ້ງ່າຍ ເນື່ອງຈາກຜູ້ຊ່ຽວຊານຂອງເຮົາໃຫ້ບໍລິການແປທົ່ວໂລກຫຼາຍກວ່າ 196 ພາສາທີ່ສາມາດເຂົ້າໃຈໄດ້ງ່າຍແລະເປັນພາສາຂອງໂລກປັດຈຸບັນ. ນອກຈາກການບໍລິການແປແລະບໍລິການ localization ແລ້ວ, ເຈົ້າຂອງພາສາຂອງພວກເຮົາຍັງເຮັດວຽກຢ່າງໜັກເພື່ອຮັບປະກັນຄວາມຕ້ອງການຂອງລູກຄ້າຕໍ່ກັບວຽກງານແປເຊິ່ງຈະເຮັດໃຫ້ພວກເຂົາໃກ້ຊິດກັບບໍລິສັດຂອງພວກເຮົາຫຼາຍຂຶ້ນ. ສຳລັບຜູ້ທີ່ຕັ້ງເປົ້າໝາຍໃນການປັບປຸງປະສິດທິພາບການເຮັດວຽກຂອງທຸລະກິດແລະການໝຸນວຽນຍອດຂາຍແມ່ນສາມາດປຶກສາຜູ້ຊ່ຽວຊານໃນບໍລິສັດຂອງພວກເຮົາເພື່ອຮັບການບໍລິການທີ່ມີຄຸນນະພາບໄດ້.
ພວກເຮົາແມ່ນໃຜ
iTS (ໄອ ທຣານສເລຊັ່ນ ເຊີວິສ) ແມ່ນບໍລິສັດທີ່ສ້າງຕັ້ງຂຶ້ນໃນປີ 2009 ໂດຍມີວັດຖຸປະສົງໃນການສະໜັບສະໜຸນທຸລະກິດທີ່ພົບກັບຄວາມທ້າທາຍທາງດ້ານພາສາ. ເພື່ອເອົາຊະນະອຸປະສັກແລະຄວາມທ້າທາຍທາງດ້ານພາສາ, ພວກເຮົາທີ່ iTS (ໄອ ທຣານສເລຊັ່ນ ເຊີວິສ) ໃຫ້ບໍລິການແປພາສາທີ່ດີເລີດໃນສາຂາ IT, ການແພດ, ກົດໝາຍ, ວິສະວະກຳເຄື່ອງກົນ ແລະທີ່ກ່ຽວກັບວິທະຍາສາດ. ໂຊກດີ, ເຈົ້າຂອງພາສາຂອງພວກເຮົາໃຫ້ການບໍລິການທີ່ດີເລີດແລະສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ໂດຍໃຫ້ການບໍລິການແປທີ່ຄອບຄຸມການແປເວັປໄຊທ໌, ການແປກ່ຽວກັບກົດໝາຍ, ການແປກ່ຽວກັບການແພດ, ການແປຊອພແວຣ໌ ແລະບໍລິການແປອື່ນໆ. ນອກຈາກນັ້ນ, ນັກແປທີ່ມີຄຸນສົມບັດຂອງພວກເຮົາທີ່ iTS ມັກທີ່ຈະເຮັດວຽກສຳເລັດກ່ອນກຳນົດແລະສົ່ງມອບວຽກງານແປໄດ້ຕົງເວລາແລະເໝາະສົມ.